ຂໍຝາກຄວາມຮັກໄວ້ກັບ ທາຍາຕພຣະພຸທທະສາສນາ |
ພຣະທັມຂໍຝາກບຸນ ຝາກກຸສົລ ໃຫ້ໃຫ້ເປັນກຳລັງໃຈໃຫ້ທຸກຄົນ ທີ່ໄດ້ອ່ານສັຈຈະທັມຂອງພຣະທັມ, ເຖິງຈະເປັນຄຳສອນແບບໃໝ່ ສະໄໝໃໝ່, ພຣະທັມກໍຂໍຝາກ ຝາກໃຫ້ດ້ວຍກັນ, ທັງມວນມະນຸດ ແລະໝູ່ສັດ ຂໍຈົ່ງຮັບເອົາຮັບເອົາໄປພິນິດພິຈາລະນາ ຖ້າເຫັນວ່າຖືກ ຖ້າເຫັນວ່າແມ່ນ ກໍຂໍໃຫ້ຮັບເອົາໄວ້ໃນໃຈ ແລະຖ້າມີສະຕິປັນຍາພໍ ກໍຂໍໃຫ້ເຜີຍແຜ່ຕໍ່, ຂໍໃຫ້ບອກວ່າ ພຣະທັມບ້ານເຮົາມີແລ້ວ, ເມືອງເຮົາມີແລ້ວ, ແຂວງເຮົາມີແລ້ວ, ປະເທດເຮົາມີແລ້ວ ໃຫ້ບອກຕໍ່ກັນຄືແນວນີ້, ພຣະທັມມະຊາດເບື້ອງສູງ ເກີດຂຶ້ນມາຢູ່ໃນຫົວໃຈໄດ້, ເກີດຂຶ້ນມາແລ້ວ ເກີດຂຶ້ນມາແຕ່ດົນແຕ່ນານແລ້ວ ຈົນອາຍຸຜູ່ເປັນກາຍໄດ້ 50 ກວ່າແລ້ວ, ຊີວິດຂອງຜູ່ເປັນກາຍ ເປັນແມ່ຍິງ ເປັນແມ່ຍິງ ເປັນຄົນທຳມະດາ, ເປັນຄົນທຳມະດາສາມັນ, ທ່ານທັງຫລາຍເອີຍ, ຂໍຈົ່ງເຄົາຣົບໄວ້ເຖີດ! ເຄົາຣົບຜູ່ເປີດຄື້ນສູງໄດ້, ເຄົາຣົບຜູ່ທີ່ເອົາພຣະຂຶ້ນມາຢູ່ທີ່ຫົວໃຈໄດ້!, ພຣະທັມຂໍຝາກ ຂໍໃຫ້ຮັກສາໄວ້ເຖີດ! ຜູ່ຍິງຄົນນີ້ ເຖິງຈະມີສຽງທຳມະດາ ແລະໜ້າຕາ ທຳມະດາ, ຜິວພັນທຳມະດາ ກໍຂໍຢ່າຖືວ່າທຳມະດາທັງເໝິດ, ບໍ່ທຳມະດາກໍຄືຜູ່ຢູ່ໃນ, ຜູ່ຢູ່ໃນນັ້ນເອງ, ຜູ່ຢູ່ໃນກໍຄືຜູ່ດີ, ຜູ່ທີ່ໃຫ້ຄຳສອນນີ້ເອງ, ຈົ່ງຟັງເບິ່ງຈົ່ງຄິດເບິ່ງ, ຖ້າບໍ່ຮູ້ຫລາຍກໍຂໍໃຫ້ຮູ້ແກ່ໃຈ, ຈົ່ງຮູ້ແກ່ໃຈໄວ້ເຖີດ! |